ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນ ກຽມ​ພັດທະນາ​ ລູກ​ສອນ​ໄຟ​​ອາກາດ​ສູ່​ພື້ນ


     ສຳນັກ​ຂ່າວ​ເຈນ ລາຍ​ງານໂດຍ​ອ້າງ​ຂໍ້​ມູນ​ຈາກກະຊວງ​ປ້ອງ​ກັນ​ປະເທດ ​ຍີ່ປຸ່ນ ລະບຸວ່າ: ກະຊວງ​ປ້ອງ​ກັນ​ປະເທດ​ ຍີ່ປຸ່ນ (MoD) ຮ່ວມ
​ກັບ​ສຳນັກງານຈັດຊື້ອາວຸດ ແລະ ການ​ປັບປຸງຮັກສາອາວຸດປະກາດ​ວ່າ, ກອງທັບ​ຂອງ​ຕົນ​ມີ​ແຜນ​ຈະ​ເລີ່ມ​ໂຄງການ​ວິໄຈ, ປັບປຸງ ແລະ ພັດທະ
ນາ​ຂີດ​ຄວາມ​ສາ​ມາດ​ຂອງ​ລູກ​ສອນ​ໄຟ​​ອາກາດ​ສູ່​ພື້ນໄລຍະ​ຍິງ​ປານ​ກາງຮຸ້ນ(Medium Range Air-to-Air Missile: AAM) ຮຸ້ນ​ໃໝ່​
ພາຍ​ໃນ​ປີ​ນີ້, ໂດຍ​ມີ​ແຜນ​ຈະ​ນຳໄປ​ຕິດ​ຕັ້ງ​ໃສ່​ກັບ​ເຮືອບິນ​ຂັບ​ໄລ່​ຮຸ້ນ Global Combat Air Programme (GCAP) ຮຸ້ນ​ທີ 6.

     ການ​ປັບປຸງ​ຄັ້ງ​ດັ່ງກ່າວ, ເພື່ອ​ເປັນ​ການ​ກຽມພ້ອມ​ວັດຖຸ​ອຸປະກອນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ເຂດ​ນ້ຳ​ແດນ​ດິນ, ເຊິ່ງ​ລັດຖະບານ​ຍີ່
ປຸ່ນ​ ໄດ້​ອະນຸມັດ​ງົບປະມານ​ເຂົ້າ​ໃນ​ໂຄງການ​ປັບປຸງ​ຄັ້ງ​ນີ້ ປະມານ 123,5 ລ້ານ​ໂດ​ລາ​ສະຫະລັດ, ໂດຍ​ພັດທະນາ​ຕໍ່​ຈາກ​ໂຄງການ Joint
New AAM JNAAM ທີ່​ທາງ​ໂຄງການ​ໄດ້​ວິໄຈ ແລະ ພັດທະນາ​ລູກ​ສອນ​ໄຟ​ນຳ​ວິຖີ​ຮຸ້ນ AcitveRadar ຮ່ວມ​ກັບ​ອັງກິດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/04/2024